ພື້ນຖານ ERP4 ນາທີໃນການອ່ານ
ERP (Enterprise Resource Planning) ແມ່ນລະບົບທີ່ລວມວຽກຫຼັກຂອງທຸລະກິດ ເຊັ່ນ ບັນຊີ, ການຂາຍ, ສາງ ແລະ ການຈັດຊື້ ໄວ້ໃນຖານຂໍ້ມູນດຽວ. ເມື່ອພະນັກງານຂາຍຢືນຢັນຄຳສັ່ງຊື້, ສາງເຫັນທັນທີວ່າຕ້ອງກຽມສິນຄ້າ ແລະ ບັນຊີກໍພ້ອມອອກໃບເກັບເງິນ ໂດຍບໍ່ຕ້ອງປ້ອນຂໍ້ມູນຊ້ຳ.
Odoo ແຕກຕ່າງແນວໃດ
Odoo ເປັນຊຸດແອັບທຸລະກິດແບບໂມດູນ. ທ່ານສາມາດເລີ່ມຈາກບໍ່ເທົ່າໃດແອັບທີ່ຈຳເປັນ ເຊັ່ນ ການຂາຍ ແລະ ບັນຊີ, ແລ້ວເພີ່ມສາງ, POS ຫຼື ບຸກຄະລາກອນ ພາຍຫຼັງເມື່ອທຸລະກິດເຕີບໂຕ.
ສັນຍານວ່າທຸລະກິດຂອງທ່ານພ້ອມສຳລັບ ERP
- ຂໍ້ມູນກະແຈກກະຈາຍຢູ່ໃນ Excel ຫຼາຍໄຟລ໌
- ຈຳນວນສິນຄ້າໃນລະບົບບໍ່ກົງກັບສາງຕົວຈິງ
- ການປິດບັນຊີແຕ່ລະເດືອນໃຊ້ເວລາດົນ
- ຜູ້ບໍລິຫານບໍ່ມີຂໍ້ມູນສຳລັບການຕັດສິນໃຈທັນເວລາ
ຖ້າທ່ານພົບບັນຫາເຫຼົ່ານີ້ຫຼາຍຂໍ້, ການວິເຄາະຂະບວນການທຸລະກິດແມ່ນຂັ້ນຕອນທຳອິດທີ່ດີ ກ່ອນຈະເລືອກລະບົບ.
